ວາຍແດງແທນນິນເຂັ້ມຂຸ້ນ ທີ່ນຸ້ມນວນຊວນດື່ມ. ໃຫ້ຄວາມຫອມຂອງແບັກເບີຣີ, ມີກິ່ນອ່ອນໆຂອງຊີດາ ແລະ ດຣາກຊັອກໂກແລັດ. ເຫມາະແກ່ການດື່ມເພີດເພີນໃນທຸກໂອກາດ
ຄູ່ກັບອາຫານ : ງົວຫຼືແກະອົບກັບຜັກ ຫຼື ເບີເກີເຫັດແລະໝາກເຂືອມ່ວງເຄືອບພິກໄທດຳ ແລະ ຜັກຊີເສີບພ້ອມກັບມັນເທດຫວານທອດ.
ວາຍ Spier ກຸ່ມ Signature ເປັນອີກກຸ່ມວາຍແກ້ວທີ່ສຳຄັນຂອງ Spier ໂດຍມີປະຫວັດການຜະລິດວາຍຍາວນານຫຼາຍກວ່າ 300 ປີ ແລະ ມີວິໄສທັດມຸ່ງໝັ້ນໃນການດູແລຮັກສາສະພາບແວດລ້ອມທີ່ເປັນມິດຕໍ່ໂລກ ແລະ ຜູ້ຄົນ.
ວາຍແຕ່ລະກຸ່ມມີຄຸນນະພາບດີ ແລະ ໄດ້ຮັບການຜະລິດດ້ວຍຄວາມໃສ່ໃຈຢ່າງຍິ່ງຈາກທີມຜູ້ຜະລິດວາຍທີ່ມີປະສົບການ. ວາຍພວກເຮົາປຽບສະເຫມືອນຫມູ່ທີ່ດີທີ່ສຸດ, ບໍ່ອວດອ້າງ, ເປັນກັນເອງ ແລະ ເປັນໝູ່ຊວນດື່ມທີ່ດີພາມ່ວນໄດ້ໃນທຸກຄ່ຳຄືນ.
ໂຄງການ Growing for Good ຂອງ Spier ສະໜັບສະໜູນຊຸມຊົນຂອງເຮົາໃຫ້ສ້າງການປ່ຽນແປງທາງສັງຄົມ ແລະ ສິ່ງແວດລ້ອມເຊີງບວກ.
top of page
₭394.000Price
Tax Included |
Related Products
ໃຫ້ຄະແນນ ແລະ ສົ່ງຄຳຄິດເຫັນ
There are no reviews yet
ຂອບໃຈສໍາລັບຄຳຄິດເຫັນຂອງທ່ານ
ໂຫຼດເພີ່ມເຕີມ
bottom of page


















