ວາຍສະໄຕທັນສະໄໝ ມີຄວາມໂດດເດັ່ນຈາກພູມມີພາກທີ່ມີເຂດເຢັນ ຖືເປັນວາຍຊັ້ນເລີດຈາກແຫລ່ງຜະລິດວາຍເຊີຣາ ໃນພາກໃຕ້ຂອງແມ່ນ້ໍາມາກາເຣັດ. ນຳໃຊ້ການຫມັກແບບທໍາມະຊາດ ປະສົມປະສານກັບການຫມັກອີກສ່ວນຈາກ carbonic maceration ເຮັດໃຫ້ໄດ້ກິ່ນຫອມທີ່ເປັນເອກະລັກຂອງເຊີຣາທີ່ມີຄວາມຫອມຊວນດື່ມ, ມີກິ່ນເຄື່ອງເທດ ແລະ ຄວາມຊັບຊ້ອນຂອງລົດຊາດທີ່ມີສະເຫນ່ ຖືເປັນອີກຫນຶ່ງວາຍຈາກເຂດແມ່ນ້ຳມາກາເລັດທີ່ຄວນຄ່າແກ່ການລິ້ມລອງ.
ໄລຍະການເກັບສະສົມ: ປະມານ 5ປີ ສຳລັບຜູ້ທີ່ມັກວາຍທີ່ມີລົດຂອງຄວາມສົດໃຫມ່, 5 ປີຂຶ້ນໄປ ສຳລັບຜູ້ທີ່ມັກລົດຊາດວາຍທີ່ມີຄວາມພັດທະນາໃຫ້ລົດຊາດມີຄວາມຊັບຊ້ອນມີສະເຫນ່ຍິ່ງຂຶ້ນ.
ການຈັບຄູ່ອາຫານ: ເບີເກີ, ອົບແກະ, ຊຸບເນື້ອຂຸ້ນ, ປີ້ງດູກຂ້າງ, ສະເຕັກ, ໂດຍສະເພາະຖ້າແມ່ນປະເພດປີ້ງ ຫຼື ເຜົາແມ່ນເຂົ້າກັນໄດ້ດີ ຫລື ຈະກິນຄູ່ກັບຊັອກໂກແລັດດຳທີ່ໂຮຍອັລມອນອົບກັບໂຣສເມີຣີສົດ, ເບຄອນ ແລະ ກາເຟທີ່ປະສົມເກືອທະເລ.
Vasse Felix Wine, Premier - Syrah (ວາຍ ວາສ ຟີລິກ, ພີເມຍ - ເຊີຣາ)
International Red Wine Day Promotion



















