top of page

Acerca de

Wine rack

ສົ່ງກົງຈາກສວນລາແຊັງມາມອບ​ໃຫ້​ທ່ານ ...

Image by 🇨🇭 Marcel Gross | @marcelgross.ch

LBC Fine Wines ເລີ່ມກໍ່ຕັ້ງຂຶ້ນມາໃນປີ 2020, ດ້ວຍຄວາມຕັ້ງໃຈທີ່ຈະຄັດສັນວາຍທີ່ດີທີ່ສຸດມາມອບໃຫ້ຄົນລາວໄດ້ດື່ມ. ພວກເຮົາເຊື່ອວ່າໃນງານລ້ຽງງານສະຫລອງຈະມ່ວນຂຶ້ນຕື່ມອີກເມື່ອມີເບຍແລະວາຍ.

ພວກເຮົາດຳເນີນກິດຈະການພາຍໃຕ້ ບໍລິສັດ ເບຍລາວ ຈຳກັດ ແລະ ພວກເຮົາຕັ້ງໃຈທີ່ຈະຄົ້ນຫາວາຍທີ່ດີທີ່ສຸດໃນທົ່ວທຸກມູມໂລກມາໃຫ້ທ່ານໄດ້ເລືອກສັນ.

ເຮົາເກັບຮັກສາວາຍໃນຫ້ອງເກັບອຸນຫະພູມທີ່ເຫມາະຕໍ່ການເກັບວາຍ, ທ່ານຈຶ່ງຫມັ້ນໃຈໄດ້ວ່າວາຍທີ່ສົ່ງເຖິງທ່ານໄດ້ຮັບການດູແລທີ່ເຫມາະສົມ.

ພວກເຮົາບໍ່ຢຸດຢັ້ງທີ່ຈະພັດທະນາ ແລະ ຄົ້ນຫາສິ່ງທີ່ດີທີ່ສຸດໃຫ້ກັບຕະຫລາດວາຍໃນລາວ ເພື່ອໃຫ້ທ່ານໄດ້ສຳຜັດກັບຄຸນນະພາບ ແລະ ຄວາມຄຸ້ມຄ່າທີ່ສຸດ.

ພາລະກິດຂອງພວກເຮົາ

ພວກເຮົາຢາກໃຫ້ທ່ານໄດ້ເພີດເພີນ ແລະ ມີຄວາມສຸກໃນການໃຊ້ຊີວິດຢ່າງມີສີສັນ.

ວາຍ.

Image by Justin Aikin

ຄຸນຄ່າຂອງພວກເຮົາ

ພວກເຮົາດໍາເນີນທຸລະກິດພາຍໃຕ້ຄຸນຄ່າທີ່ຢຶດຫມັ້ນສະເຫມີມາຄື:

  1. ບໍ່​ຈຳຫນ່າຍເຄື່ອງດື່ມທີ່ມີທາດເຫລົ້າໃຫ້ບຸກຄົນທີ່​ມີ​ອາ​ຍຸຕ່ຳກວ່າເກນການດື່ມ.​

  2. ສົ່ງມອບແຕ່ສິ່ງທີ່ດີທີ່ສຸດໃຫ້ແກ່ຜູ້ບໍລິໂພກ.

  3. ສະດວກແລະງ່າຍຕໍ່ການສັ່ງ.

  4. ສະຫນອງສິນຄ້າກົງຕາມເງື່ອນໄຂຂອງທ່ານ.

ຕິດ​ຕໍ່​ຫາພວກ​ເຮົາ

ຕິດຕໍ່ຫາພວກເຮົາ ຖ້າທ່ານມີຄຳຖາມສົງໃສ ຫລື ຕ້ອງການຝາກຄຳຄິດເຫັນ ແລະ ຄຳແນະນຳ.

ຂອບໃຈສຳລັບຄຳຄິດເຫັນ!
Contact us
bottom of page