top of page

ວາຍແດງທີ່ມີເນື້ອສຳຜັດລະດັບກາງທີ່ຊວນດື່ມ ດ້ວຍກິ່ນຫອມອັນເປັນເອກະລັກ ຄ້າຍຄືຫມາກເບີຣີແດງແລະດຳ ແຝງມາດ້ວຍກິ່ນເຄື່ອງເທດທີ່ໃຫ້ຄວາມສົດຊື່ນ.

 

ຄູ່ກັບອາຫານ: ຊີ້ນສັນໃນແກະແລະຜັກອົບ ຫຼື Beef Stroganoff.

 

ວາຍກຸ່ມ Spier Seaward ໄດ້ຮັບອິດທິພົນດ້ານສະໄຕແລະຄວາມຊັບຊ້ອນຂອງລົດຊາດຈາກພູມີປະເທດທີ່ຢູ່ແຄມຝັ່ງທະເລ ທີ່ປູກລາແຊັງໃນສວນ Darling, Durbanville ແລະ ພາກໃຕ້ຂອງ Stellenbosch ທີ່ຢູ່ຫ່າງຈາກແຄມຝັ່ງມະຫາສະໝຸດ Atlantic ທີ່ໜາວເຢັນ ພຽງ 25ກິໂລແມັດ, ອີກດ້ານແມ່ນທະເລ False Bay ທີ່ອົບອຸ່ນ ແລະ ກະແສນ້ຳສອງສາຍທີ່ໄຫຼມາບັນຈົບກັນຢູ່ແຄມຝັ່ງ.


ໃນລະດູຮ້ອນ ລົມທະເລລວມທັງດິນກໍ່ຈະມີອຸນຫະພູມທີ່ເຢັນກວ່າ ເຊິ່ງມາຈາກການປະສົມປະສານລະຫວ່າງດິນເກຣນິດ ແລະ ດິນຫີນຫຼືດິນດ້ານ ທີ່ຈະຊ່ອຍໃຫ້ຫນ່ວຍລາແຊັງສຸກແບບຄ່ອຍເປັນຄ່ອຍໄປ. ລາແຊັງທີ່ນຳໃຊ້ໃນການຜະລິດວາຍກຸ່ມນີ້ ຈະມີການເກັບກ່ຽວຢ່າງພິຖີພິຖັນໃນລະດູເກັບກ່ຽວແລະຈະມີການລົບກວນໃນລະຫວ່າງຂັ້ນຕອນການເຮັດວາຍໃນຫ້ອງໃຕ້ດິນຫນ້ອຍທີ່ສຸດ ເພື່ອຮັກສາລົດຊາດທີ່ເປັນເອກະລັກຈາກແຫລ່ງປູກໃຫ້ສາມາດສະແດງລົດຊາດທີ່ແທ້ຈິງອອກມາໄດ້ເຕັມທີ່. ວາຍກຸ່ມນີ້ຍັງສະແດງອອກເຖິງຄວາມບໍລິສຸດຂອງໝາກໄມ້ ແລະ ລົດຊາດຂອງແຮ່ທາດ ພ້ອມຄວາມເຂັ້ມຂຸ້ນ,​ ສົມດູນ ແລະ ຄວາມລະອຽດອ່ອນຂອງລົດສຳຜັດ ທີ່ຄໍວາຍບໍ່ຄວນພາດ.


ໂຄງການ Growing for Good ຂອງ Spier ສະໜັບສະໜູນຊຸມຊົນໃຫ້ສ້າງຄວາມປ່ຽນແປງທາງສັງຄົມ ແລະ ສິ່ງແວດລ້ອມ ໃນເຊີງບວກ.

Spier Wine, Seaward -Cabernet Sauvignon (ສະເປຍ ຊີວາທ ຄາເບີເນ ໂຊວິຍົງ)

₭712.000,00Price
Tax Included |
Quantity
  • ປະເພດວາຍ : ວາຍແດງ

    ປະເທດ: South Africa

    ເຂດ : Coastal region: Groenekloof (Darling), Cape Town and Stellenbosch

    ປີ : 2020

    ສາຍພັນລາແຊັງ : Cabernet Sauvignon

    Alcohol: 14.1%

    ກິ່ນ: ເບີຣີແດງແລະດຳ, ເຄື່ອງເທດ

    ຄູ່ກັບອາຫານ: ຊີ້ນສັນໃນແກະແລະຜັກອົບ ຫຼື Beef Stroganoff.

    ການບົ່ມ : 80% ຖັງໄມ້ໂອ້ກຝຣັ່ງ ແລະ 20% ອາເມຣິກາ (ສ່ວນໃຫຍ່ເປັນການຟລີວເທື່ອທີສອງ, ບາງສ່ວນສາມ) ເປັນເວລາ 14 ເດືອນ.

    ໄລຍະການເກັບວາຍ: ສາມາດດື່ມໄດ້ເລີຍ ຫຼື ເກັບສະສົມໄວ້ເຖິງປີ 2027

Related Products

ໃຫ້ຄະແນນ ແລະ ສົ່ງຄຳຄິດເຫັນ

average rating is 3 out of 5, based on 150 votes, ການຈັດອັນດັບຜະລິດຕະພັນ

There are no reviews yet

ສົ່ງຄຳຄິດເຫັນ

ຂອບໃຈສໍາລັບຄຳຄິດເຫັນຂອງທ່ານ

ໂຫຼດເພີ່ມເຕີມ

Newsletter

ທ່ານສາມາດລົງທະບຽນເປັນສະມາຊິກ ເພື່ອຕິດຕາມຂ່າວສານ ຂໍ້ມູນອັບເດດກ່ຽວກັບໂປຣໂມຊັນ, ສິນຄ້າໃຫມ່ ແລະ ກິດຈະກຳຕ່າງໆຈາກທາງເວັບໄຊຂອງພວກເຮົາ.

ຂອບໃຈທີ່ສົ່ງຂໍ້ມູນ!

ໜ້າຮ້ານຂອງເຮົາ

ຕິດຕໍ່ພວກເຮົາ

ວາຍຂອງພວກເຮົາ

ກິດຈະກຳ

ການຂົນສົ່ງ & ສົ່ງຄືນສິນຄ້າ 

ຄຳຖາມທີ່ຖືກຖາມເລື້ອຍໆ

ບໍລິສັດ ເບຍລາວ ຈຳກັດ

ຖະໜົນ ທ່າເດື່ອ, ຫລັກ 12,

ນະຄອນຫລວງວຽງຈັນ, ສປປລາວ

info@LBCfinewines.com

ໂທ: +856-21-812001

ສາຍດ່ວນໂທ: 1898

  • Facebook
  • Instagram

© 2022 by LBC Fine Wines. Proudly created by Lao Brewery Co., Ltd

bottom of page