ວາຍແດງທີ່ດື່ມງ່າຍ ໃຫ້ກິ່ນຫອມຂອງລູກພລຳແລະເຄື່ອງເທດໃນເພດານປາກ ເຊື່ອງຊ້ອນດ້ວຍຄວາມຫອມຫວານທີ່ເປັນເອກະລັກຂອງກິ່ນຄາຣາເມວທີ່ເຜົາໄໝ້ຈາງໆ. ມີແທນນິນນຸ້ມລະມຸນ ແລະ ລົດຊາດຫຼັງດື່ມທີ່ນຸ້ມຄືຄີມເຄືອບປາກ. ສາມາດເປີດດື່ມເພີດເພີນໄດ້ເລີຍ.
ອາຫານທີ່ເຂົ້າກັນໄດ້ດີ : ສະເຕັກສ່ວນສະໂພກຫຼືສັນນອກ ຫຼື ແຮມເບີເກີຊີ້ນຕື່ມເບຄອນ ແລະ ເຊດາຊີສ.
ວາຍ Spier ກຸ່ມ Signature ເປັນອີກກຸ່ມວາຍແກ້ວທີ່ສຳຄັນຂອງ Spier ໂດຍມີປະຫວັດການຜະລິດວາຍຍາວນານຫຼາຍກວ່າ 300 ປີ ແລະ ມີວິໄສທັດມຸ່ງໝັ້ນໃນການດູແລຮັກສາສະພາບແວດລ້ອມທີ່ເປັນມິດຕໍ່ໂລກ ແລະ ຜູ້ຄົນ.
ວາຍແຕ່ລະກຸ່ມມີຄຸນນະພາບດີ ແລະ ໄດ້ຮັບການຜະລິດດ້ວຍຄວາມໃສ່ໃຈຢ່າງຍິ່ງຈາກທີມຜູ້ຜະລິດວາຍທີ່ມີປະສົບການ. ວາຍພວກເຮົາປຽບສະເຫມືອນຫມູ່ທີ່ດີທີ່ສຸດ, ບໍ່ອວດອ້າງ, ເປັນກັນເອງ ແລະ ເປັນໝູ່ຊວນດື່ມທີ່ດີພາມ່ວນໄດ້ໃນທຸກຄ່ຳຄືນ.
ໂຄງການ Growing for Good ຂອງ Spier ສະໜັບສະໜູນຊຸມຊົນຂອງເຮົາໃຫ້ສ້າງການປ່ຽນແປງທາງສັງຄົມ ແລະ ສິ່ງແວດລ້ອມເຊີງບວກ.
Spier Wine, Signature - Shiraz (ສະເປຍ ຊິກເນເຈີ ເຊີຣາຊ)
ປະເພດວາຍ : ວາຍແດງ
ປະເທດ : South Africa
ເຂດ : Western Cape (Breedekloof, Swartland, Paarl and Stellenbosch)
ປີ:
ສາຍພັນລາແຊັງ : Shiraz
Alcohol: 14.11%
ກີ່ນ : ພລຳ, ເຄື່ອງເທດ, ນ້ຳຕານ brûléed, ແທນນິນນຸ້ມນວນ, ຄຣີມ.
ຄູ່ກັບອາຫານ : ສະເຕັກສ່ວນສະໂພກຫຼືສັນນອກ ຫຼື ແຮມເບີເກີຊີ້ນຕື່ມເບຄອນ ແລະ ເຊດາຊີສ.
ການບົ່ມ : 20% ໃນຖັງວາຍໃນໄລຍະ 12 ເດືອນ, 80% ໃນຖັງສະແຕນເລດພ້ອມກັບໄມ້ໂອ້ກຝຣັ່ງ.
ໄລຍະການເກັບວາຍ: ສາມາດດື່ມໄດ້ເລີຍ.