ວາຍແດງທີ່ດື່ມງ່າຍ ໃຫ້ກິ່ນຫອມຂອງເຊີີຣີດຳ, ເບີຣີປ່າ ແລະ ເຊື່ອງຊ້ອນດ້ວຍເຄື່ອງເທດ ທີ່ເຮັດໃຫ້ໄດ້ລົດຊາດທີ່ກົມກ່ອມ ພ້ອມກັບອາຊີດິຕີ້ທີ່ສົມດູນແລະຄວາມຮູ້ສຶກຄ້າງໃນປາກໂດດເດັ່ນກັບລົດຊາດຫມາກໄມ້.
ຄູ່ກັບອາຫານ: ດູກຂ້າງແກະປິ້ງ ຫຼື ເບີເກີໃສ່ຫອມຫົວໃຫຍ່, ເຫັດຣີໂຊໂຕ ຫຼືແກງກະຫລີ່ຜັກແບບອິນເດຍ
ວາຍ Spier ກຸ່ມ Signature ເປັນອີກກຸ່ມວາຍແກ້ວທີ່ສຳຄັນຂອງ Spier ໂດຍມີປະຫວັດການຜະລິດວາຍຍາວນານຫຼາຍກວ່າ 300 ປີ ແລະ ມີວິໄສທັດມຸ່ງໝັ້ນໃນການດູແລຮັກສາສະພາບແວດລ້ອມທີ່ເປັນມິດຕໍ່ໂລກ ແລະ ຜູ້ຄົນ.
ວາຍແຕ່ລະກຸ່ມມີຄຸນນະພາບດີ ແລະ ໄດ້ຮັບການຜະລິດດ້ວຍຄວາມໃສ່ໃຈຢ່າງຍິ່ງຈາກທີມຜູ້ຜະລິດວາຍທີ່ມີປະສົບການ. ວາຍພວກເຮົາປຽບສະເຫມືອນຫມູ່ທີ່ດີທີ່ສຸດ, ບໍ່ອວດອ້າງ, ເປັນກັນເອງ ແລະ ເປັນໝູ່ຊວນດື່ມທີ່ດີພາມ່ວນໄດ້ໃນທຸກຄ່ຳຄືນ.
ໂຄງການ Growing for Good ຂອງ Spier ສະໜັບສະໜູນຊຸມຊົນຂອງເຮົາໃຫ້ສ້າງການປ່ຽນແປງທາງສັງຄົມ ແລະ ສິ່ງແວດລ້ອມເຊີງບວກ.
Spier Wine, Signature -Pinotage (ສະເປຍ ຊິກເນເຈີ ປີໂນທາຊ)
ປະເພດວາຍ : ວາຍແດງ
ປະເທດ : South Africa
ເຂດ : Western Cape (Breedekloof, Darling, Durbanville, Swartland and Paarl)
ປີ :
ສາຍພັນລາແຊັງ : Pinotage
Alcohol: 14.03%
ກິ່ນ : ໝາກໄມ້, ເຊີຣີດຳ.
ຄູ່ກັບອາຫານ : ດູກຂ້າງແກະປິ້ງ ຫຼື ເບີເກີໃສ່ຫອມຫົວໃຫຍ່, ເຫັດຣີໂຊໂຕ ຫຼືແກງກະຫລີ່ຜັກແບບອິນເດຍ
ການບົ່ມ : 20% ໃນຖັງໄມ້ໂອ້ກຝຣັ່ງ ເປັນເວລາ 8-10 ເດືອນ, 80% ໃນຖັງສະແຕນເລສປະສົມໄມ້ໂອ້ກຝຣັ່ງ.
ໄລຍະການເກັບວາຍ: ສາມາດດື່ມໄດ້ເລີຍ.