ວາຍແດງເຂັ້ມຂຸ້ນແລະມີຄວາມຊັບຊ້ອນທີ່ຊວນຄົ້ນຫາ ພ້ອມກິ່ນຫອມຂອງແບັກເຄີເຣນ, ເຫັດ, ເປືອກໄມ້ ແລະ ດອກໄມ້ປ່າ ເຈືອດ້ວຍກິ່ນຂອງໃບເຊຈສົດ. ມີເນື້ອສຳຜັດປານກາງ ພ້ອມລົດຊາດຂອງລູກເກດ ແລະ ເບີຣີຫວານ ປົນດ້ວຍກິ່ນສະຫມູນໄພແຫ້ງແລະສົດ. ມີເນື້ອສຳຜັດນຽນນຸ້ມຄືຄີມແລະຊັບຊ້ອນຂອງລົດຊາດ.
ສາມາດດື່ມໄດ້ເລີຍ ຫຼື ຈະເກັບສະສົມໄວ້ໄດ້ເຖິງເພີ່ມອີກ 20+ປີ, ມີເອກະລັກຂອງ Cabernet Sauvignon ທີ່ເປັນເອກະລັກ ແລະ ລົດຊາດກົມກ່ອມທີ່ຊວນດື່ມ.
ເຂົ້າກັນໄດ້ດີກັບ ຊີສ, ຊີ້ນ, ໄກ່, ອາຫານທະເລ, ອາຫານເຈ, Charcuterie, ກວາງ, ຫມູປ່າ, ເຫັດ ແລະ ອາຫານນາໆຊາດ.
ວາຍເນີຣີລະດັບພີມຽມຈາກອົດສະຕາລີ VASSE FELIX MARGARET RIVER (ວາສຟິລິກ ມາກາເຣັດ ຣີເວີ). ຖືກຳເນີດປີ1967 ໂດຍ Dr Thomas Brendan Cullity ເຊິ່ງເປັນເຈົ້າທຳອິດທີ່ບຸກເບີກປູກວາຍໃນເຂດນີ້, ໂດຍສາຍພັນລາແຊັງທີ່ໄດ້ປູກແມ່ນ Cabernet Sauvignon ແລະ Malbec ເຊິ່ງເພິ່ນໄດ້ຜະລິດວາຍແດງໂຕທຳອິດຂອງສວນລາແຊັງ ວາຍ Tom Cullity ສືບທອດມາຈາກລາແຊັງຊຸດທຳອິດເຫລົ່ານີ້ ແລະ ສະແດງອອກເຖິງຄວາມເປັນເອກະລັກທີ່ບໍລິສຸດ ທີ່ມີຄວາມພິເສດໃນເລື່ອງຂອງແຫລ່ງປູກວາຍທີ່ມີຊື່ສຽງໂດ່ງດັງລະດັບໂລກ ດ້ວຍທີ່ຕັ້ງທີ່ອຸດົມສົມບູນແບບຂອງດິນແລະອາກາດ ເພາະຢູ່ກາງລະຫວ່າງແຫຼມລິມຫາດສອງບ່ອນໃນເວສເທິນອົດສະຕາລີ ເຮັດໃຫ້ໄດ້ວາຍຄຸນນະພາບດີເລີດ ເຮັດໃຫ້ໄດ້ວາຍທີ່ມີເນື້ອສຳຜັດໜັກແໜ້ນ, ມີກິ່ນຫອມຊວນດື່ມ, ລົດຊາດກົມກ່ອມເປັນເອກະລັກ, ຄຸ້ມຄ່າຕໍ່ການຊິມແລະສະສົມ.
Vasse Felix Wine, Tom Cullity - Cabernet Malbec (ວາສ ຟີລິກ ທອມ ຄັລລິຕິ ຄາເບີເນ ມັລເບັກ)
ປະເພດວາຍ : ວາຍແດງ
ປະເທດ : Australia
ເຂດ : Margaret River
ປີ : 2019
ສາຍພັນລາແຊັງ : 78% Cabernet Sauvignon, 22% Malbec
Alcohol: 14.5%
ກິ່ນ : ແບັກເຄິເຣນ, ບຣາກ, ເຫັດ, ດອກໄມ້ປ່າ, ເສຈສົດ, ເບີຣີຫວານ, ສະຫມຸນໄພ.
ຄູ່ກັບອາຫານ : ຊີສ, ຊີ້ນງົວ, ໄກ່, ອາຫານທະເລ, ອາຫານເຈ, Charcuterie, ຊິ້ນໝູປ່າ ຫຼື ກວາງ, ເຫັດ ແລະ ອາຫານປະເພດອື່ນໆ.
ການບົ່ມ: ໄມ້ໂອ້ກຝຣັ່ງໃໝ່ 66%, 34% 2-4 ປີ, ເປັນເວລາ 17 ເດືອນ.
ໄລຍະການເກັບວາຍ: ສາມາດດື່ມໄດ້ເລີຍ ຫຼື ເກັບສະສົມເຖິງປີ 2040