ຫນຶ່ງໃນວາຍທີ່ສົມບູນແບບຈາກແບຣນ Siegel (ຊີເກວ) ວາຍຄຸນນະພາບດີຈາກປະເທດຊີລີ ວາຍສີມ່ວງເຂັ້ມ, ມາພ້ອມກິ່ນຫອມອັນໂດດເດັ່ນຂອງແຄຊີສ, ຫມາກໄມ້ເປືອກແດງ ແລະ ຊັອກໂກແລັດ. ເຮັດໃຫ້ວາຍ Siegel Single Vineyard Cabernet Sauvignon ນີ້ມີຄວາມໂດດເດັ່ນ ແລະ ພິເສດໃນດ້ານຂອງລົດຊາດ ທີ່ຄໍວາຍບໍ່ຄວນພາດ.
ວາຍນີ້ເຂົ້າກັນໄດ້ດີກັບອາຫານປະເພດຊີ້ນງົວ ແລະ ຊີ້ນກວາງ.
Cabernet Sauvignon ກຸ່ມ Single Vineyard ແກ້ວນີ້ໄດ້ຈາກສວນລາແຊັງ Los Lingues ຢູ່ Alto Colchagua, ທີ່ໄດ້ຈາກການຄົ້ນຄວ້າຂອງທາງຄອບຄົວເຮົາເພື່ອຜະລິດວາຍຄູນນະພາບທີ່ສະທ້ອນເຖິງສິ່ງທີ່ດີທີ່ສຸດຂອງເຂດປູກໄດ້ຢ່າງດີ.
ວາຍກຸ່ມ Single Vineyard ຈາກ Siegel ສະທ້ອນໃຫ້ເຫັນວາຍເອກະລັກພິເສດຈາກແຫລ່ງທີ່ປູກ ທີ່ໂດດເດັ່ນໃນເລື່ອງຂອງລົດຊາດທີ່ເປັນເອກະລັກບໍ່ຄືໃຜ. ຜະລິດຈາກໝາກລາແຊັງທີ່ດີທີ່ສຸດໃນເຂດ Viña Siegel ຈາກຮ່ອມພູ Colchagua Valley.
Siegel Wine, Single Vineyard - Cabernet Sauvignon (ຊີເກວ ຊິງເກິລວິນຢາດ ຄາເບີເນ ໂຊວິຍົງ)
ປະເພດວາຍ : ວາຍແດງ
ປະເທດ : Chile
ເຂດ : Colchagua Valley
ປີ : 2018
ສາຍພັນລາແຊັງ : 100% Cabernet Sauvignon
Alcohol: 14.5%
ກິ່ນ : ແຄຊຊິສ, ໝາກໄມ້ເປືອກແດງ,ຊັອກໂກແລັດ.
ຄູ່ກັບອາຫານ : ຊີ້ນງົວ ຫຼື ຊີ້ນກວາງ.
ການບົ່ມ : ບົ່ມໃນຖັງໄມ້ໂອ້ກຝຣັ່ງເປັນເວລາ 8 ເດືອນ.
ໄລຍະການເກັບວາຍ: ສາມາດດື່ມໄດ້ເລີຍ ຫຼື ເກັບສະສົມໄດ້ເຖິງປີ 2027