ມີເອກະລັກຊວນລິ້ມລອງ ທີ່ນັກດື່ມວາຍບໍ່ຄວນພາດ. ສີສັນທີ່ສົດໃສ ຊວນດື່ມດ້ວຍກິ່ນຫອມ ແລະ ມີສະເຫນ່ກັບກິ່ນຫມາກໄມ້ສີດຳເຊັ່ນ ຫມາກພຸນ ແລະ ຫມາກເດື່ອ, ພ້ອມແທນນິນບາງເບົາທີ່ສົດຊື່ນ ດ້ວຍອາຊິດີຕີທີ່ສົມບູນແບບ. ເຊິ່ງເຮັດໃຫ້ວາຍແກ້ວນີ້ເປັນວາຍທີ່ດື່ມງ່າຍ, ໃຫ້ຄວາມສົດຊື່ນມີຊີວິດຊີວາ, ຫອມກິ່ນຫມາກໄມ້, ມີເນື້ອສຳຜັດທີ່ນຸ້ມນວນ ແລະ ໃຫ້ລົດສຳຜັດຍາວນານຊວນຫລົງໄຫລ.
ໄລຍະການເກັບວາຍ: ສາມາດດື່ມໄດ້ເລີຍ ຫຼື ເກັບສະສົມໄດ້ເຖິງປີ 2029.
ເຂົ້າກັນໄດ້ດີກັບ ຊີ້ນໝູ, ຊີ້ນໄກ່, ຊີ້ນນົກ ຫຼື ຊີ້ນງົວ.
ວາຍ Ketran ເປັນຊື່ຕາມເຂດການປົກຄອງ ເຊິ່ງໃນພາສາ Mapuche ໝາຍເຖິງ "ດິນແດນທີ່ຖືກໄຖພວນດິນດ້ວຍໄຟ ແລະ ການປະທຸຂອງພູເຂົາໄຟ" ເປັນວາຍທີ່ໄດ້ຮັບແຮງບັນດານໃຈຈາກດິນພູເຂົາໄຟທີ່ເປັນແຫລ່ງກຳເນີດຂອງສວນລາແຊັງຂອງເຮົາທີ່ Los Lingues, ເຊິ່ງຕັ້ງຢູ່ບໍລິເວນເຊີງເຂົາ Andes ຢູ່ Alto Colchagua ບ່ອນທີ່ເຮົາພົບວ່າສະພາບແວດລ້ອມເປັນເອກະລັກສະເພາະໂຕທີ່ຊ່ອຍໃຫ້ເຮົາຜະລິດວາຍທີ່ມີຄວາມຊັບຊ້ອນ ແລະ ມີຄວາມອະລັງການຂອງລົດຊາດ.
ວາຍ Ketran ເປັນວາຍໄອຄອນຂອງ Siegel ທີ່ເປັນການປະສົມປະສານລະຫວ່າງລາແຊັງ Syrah 70% ກັບ Petit Verdot, Carmenère ແລະ Cabernet Franc ທີ່ມີຄວາມເຂັ້ມຂຸ້ນ ແລະ ມີກຳມະວິທີໃນການເຮັດຢ່າງປານີດ. ໂອ້ກຈະໃຫ້ຄວາມຫວານ ແລະ ກິ່ນວະນິລາ, ເຄື່ອງເທດ, ໝາກໄມ້ທີ່ສົດໃຫມ່, ມີຊີວິດຊີວາ ແລະ ສົດຊື່ນ ພ້ອມຄວາມເຂັ້ມຂຸ້ນທີ່ເຫມາະສົມ, ຄວາມເປັນສົ້ມປ້ຽວທີ່ສົດຊື່ນ ແລະ ເຊື່ອງຊ້ອນກັບກິ່ນແບັກເບີຣີ, ແບັກເຄິເຣນ ແລະ ເບີຣີແດງ.
ລາງວັນ:
94 points Tim Atkin MW (Chile 2021 Special Report)
95 points IWSC
94 points Tim Atkins
91 points James Suckling
Siegel Wine, Ketran
ປະເພດວາຍ : ວາຍແດງ
ປະເທດ : Chile
ເຂດ : Colchagua Valley
ປີ : 2017
ສາຍພັນລາແຊັງ : 35% Syrah, 30% Petit Verdot, 25% Carmenere, 10% Cabernet Franc
Alcohol: 14.5%
ກິ່ນ: ໝາກໄມ້ເປືອກດຳ, ພຣຸນ, ໝາກເດື່ອແຫ້ງ.
ຄູ່ກັບອານຫານ : ຊີ້ນໝູ, ຊີ້ນໄກ່, ຊີ້ນນົກ ຫຼື ຊີ້ນງົວ.
ການບົ່ມ: 30 ເດືອນໃນຖັງໄມ້ໂອ້ກຝຣັ່ງ, 10 ເດືອນໃນແກ້ວ
ໄລຍະການເກັບວາຍ: ສາມາດດື່ມໄດ້ເລີຍ ຫຼື ເກັບສະສົມໄດ້ເຖິງປີ 2029.