
ຫລູຫລາມີລະດັບ ດ້ວຍລົດສຳຜັດທີ່ຫນັກແຫນ້ນ ອຸດົມໄປດ້ວຍກິ່ນຫອມຂອງຫມາກໄມ້ ພ້ອມຄວາມຝາດ ແລະ ລົດສຳຜັດຕອນຈົບອັນເປັນເອກະລັກສະເພາະທີ່ຊວນດື່ມ.
Wolf Blass Wine, Gold Label - Cabernet Sauvignon (ວູຟບາສ ໂກລລາເບວ ຄາເບີເນ ໂຊວິຍົງ)
ປະເພດວາຍ : ວາຍແດງ
ປະເທດ : Australia
ເຂດ :Coonawarra, Barossa, McLaren Vale of South Australia
ປີ :
ສາຍພັນລາແຊັງ : Shiraz
Alcohol: 14.5%
ກິ່ນ : ໝາກໄມ້ເປືອກສີເຂັ້ມ, ໂອ້ກຄີມມີ່, ແທນນິນເນື້ອນຸ້ມ.
ຄູ່ກັບອາຫານ : ດູກຂ້າງຫມູແດງ, ງົວຟິເລ.
ການບົ່ມ : 57% ບົ່ມໃນຖັງໄມ້ໂອ້ກຝຣັ່ງແລະອາເມຣິກາທັງເກົ່າແລະໃຫມ່ ເປັນເວລາ 7 ເດືອນ.
ໄລຍະການເກັບວາຍ: ສາມາດດື່ມໄດ້ເລີຍ ຫລື ຈະເກັບສະສົມໄວ້ເພື່ອພັດທະນາລົດຊາດທີ່ຊັບຊ້ອນ ແລະ ກົມກືນ ເມື່ອເກັບຮັກສາຢ່າງດີ.
ສີ
ແດງເຂັ້ມສົດໃສ.ກິ່ນ
ຫອມກິ່ນແຄຊຊິສ, ໝາກມອນ ແລະ ກິ່ນອ່ອນໆຂອງໃບເບ ເສີມດ້ວຍກິ່ນຂອງໄມ້ຊີດາຈາກການບົ່ມໃນຖັງໄມ້ໂອ້ກຝຣັ່ງ ແລະ ກິ່ນເສີມຂອງໃບຢາສູບແຫ້ງ ແລະ ສະຫມຸນໄພປ່າ.ລົດຊາດ
ລົດຊາດໃນປາກກົມກ່ອມ ນຸ້ມລະມຸນລິ້ນ ພ້ອມລົດຊາດໝາກໄມ້ສີເຂັ້ມຂຸ້ນ ແລະ ແທນນິນທີ່ຍາວນານ ໃຫ້ຄວາມສົມດຸນທີ່ດີເລີດ ແລະ ລົດຊາດຫລັງດື່ມທີ່ຍາວນານເປັນພິເສດ.ວິທີການຂົນສົ່ງ
ວິທີການຈັດສົ່ງສິນຄ້າຈະແຕກຕ່າງກັນໄປຕາມຈຸດປາຍທາງ. ພວກເຮົາຈະຈັດສົ່ງສິນຄ້າທັງໝົດທີ່ສັ່ງຊື້ກ່ອນ 12:00 ໂມງສວາຍ(ຕາມເວລາຂອງລາວ) ໃຫ້ທ່ານພາຍໃນມື້ດຽວກັນ, ແຕ່ຖ້າຄຳສັ່ງຊື້ທີ່ເຂົ້າມາຫຼັງຈາກ12ໂມງໄປ ສິນຄ້າຈະຖືກຈັດສົ່ງໃນມື້ຖັດໄປ(ຕາມມື້ເຮັດວຽກທີ່ກຳນົດ)
ພວກເຮົາແພັກສິນທັນທີ່ເມື່ອໄດ້ຮັບຄໍາສັ່ງຊື້. ສິນຄ້າທີ່ກຽມໄວ້ແມ່ນຈະເລີ່ມຈັດສົ່ງໃນເວລາ 1 ໂມງສວາຍຈາກສາງຂອງພວກເຮົາໃນນະຄອນຫຼວງວຽງຈັນ ແລະ ຂົນສົ່ງດ້ວຍທີມງານສາຍສົ່ງຂອງເຮົາເອງ.
ພື້ນທີ່ການຈັດສົ່ງ
ພວກເຮົາຈັດສົ່ງສິນຄ້າທັງໝົດ ບໍ່ວ່າຈະເປັນ ເບຍ, ວາຍ, ໄຊເດີ ແລະະ ຜະລິດຕະພັນອື່ນໆ ທີ່ມີທາດເຫຼົ້າ ສະເພາະພາຍໃນນະຄອນຫຼວງວຽງຈັນເທົ່ານັ້ນ.
ການຈັດສົ່ງທີ່ບໍ່ຄົບຕາມທີ່ໄດ້ສັ່ງ
ໃນກໍລະນີຂອງການຈັດສົ່ງບໍ່ຄົບຖ້ວນຕາມສິນຄ້າທີ່ໄດ້ສັ່ງ, ພວກເຮົາຈະທຳການຈັດສົ່ງໃຫ້ຟຣີອີກຮອບຫນຶ່ງ. ກະລຸນາຕິດຕໍ່ຝ່າຍບໍລິການລູກຄ້າເພື່ອກຳນົດເວລາຂອງການຈັດສົ່ງຄືນເພີ່ມຕື່ມ. ແຕ່ສຳລັບສິນຄ້າທີ່ເຮົາຈັດສົ່ງບໍ່ສຳເລັດ 2 ຄັ້ງຍ້ອນຜູ້ສັ່ງຊື້ໃຫ້ຂໍ້ມູນບໍ່ຖືກຕ້ອງ, ພວກເຮົາຈະຄິດຄ່າບໍລິການເພີ່ມເປັນ 40.000 ກີບຕໍ່ຄັ້ງ.
ຈຸດຮັບສິນຄ້າ
ທ່ານສາມາດນັດໂມງທີ່ຈະມາຮັບສິນຄ້າທີ່ສັ່ງໄດ້. ທ່ານສາມາດຮັບສິນຄ້າໄດ້ຕາມໂມງເຮັດວຽກລັດຖະການ. ການສັ່ງຮັບເຄື່ອງຈະຕ້ອງຖືກລາຍງານວ່າກຳລັງລໍຖ້າຮັບສິນຄ້າໃນລະຫວ່າງຂັ້ນຕອນການສັ່ງຊື້.


















