
ຫນັກແຫນ້ນດ້ວຍເນື້ອສຳຜັດທີ່ເຕັມຄຳ ພ້ອມອຸດົມໄປດ້ວຍກິ່ນຫອມຂອງຫມາກໄມ້ ບວກກັບຄວາມຝາດທີ່ໂດດເດັ່ນ ແລະ ໃຫ້ຄວາມປະທັບໃຈກັບລົດສຳຜັດທີ່ຍາວນານ
Wolf Blass Wine, Gold Label - Shiraz (ວາຍ ວູຟບລາສ, ໂກລ ລາເບວ - ເຊີຣາຊ)
ປະເພດວາຍ: ວາຍແດງ
ປະເທດ: ອົດສະຕາລີ
ພູມີພາກ: Barossa Valley (ບາໂຣຊາ ວາເລ) ຈາກ ພາກໃຕ້ຂອງອົດສະຕາລີ
ປີ:
ສາຍພັນລາແຊັງ: ເຊີຣາຊ
ແອລກໍຮໍ: 14.5%
ກິ່ນແລະລົດຊາດ: ຫອມກິ່ນໝາກໄມ້ເປືອກສີເຂັ້ມ, ໂອ້ກ ແລະ ມີຄວາມຝາດທີ່ລະມຸນລິ້ນຊວນດື່ມ.
ຄູ່ກັບອາຫານ: ໂຄງຫມູຊາຊູ, ຊີ້ນງົວຟິເລ.
ການບົ່ມ: 57% ບົ່ມໃນຖັງໄມ້ໂອ້ກຝຣັ່ງແລະອາເມຣິກາ ຍາວເຖິງ 7ເດືອນ.
ການເກັບ: ທ່ານສາມາດດື່ມໄດ້ເລີຍ ຫລື ຈະເກັບສະສົມໄວ້ຕໍ່ແບບຍາວໆກໍ່ໄດ້ແຕ່ຕ້ອງເກັບຮັກສາໃຫ້ຖືກວິທີ.
ສີ
ວາຍສີແດງເຂັ້ມກິ່ນ
ເດັ່ນໃນກິ່ນຂອງບູເບີຣີແລະແບັກເບີຣີ ບວກດ້ວຍກິ່ນຫອມທີ່ມີສະເໜ່ຂອງໄມ້ໂອ້ກ.ລົດຊາດ
ຫນັກແຫນ້ນດ້ວຍເນື້ອສຳຜັດທີ່ເຕັມຄຳ ພ້ອມອຸດົມໄປດ້ວຍກິ່ນຫອມຂອງຫມາກໄມ້ເປືອກສີເຂັ້ມ ບວກກັບຄວາມຝາດທີ່ໂດດເດັ່ນ ພ້ອມກິ່ນຫອມຂອງໄມ້ໂອ້ກ ແລະ ໃຫ້ຄວາມປະທັບໃຈກັບລົດສຳຜັດທີ່ຍາວນານ.ວິທີການຂົນສົ່ງ
ວິທີການຈັດສົ່ງສິນຄ້າຈະແຕກຕ່າງກັນໄປຕາມຈຸດປາຍທາງ. ພວກເຮົາຈະຈັດສົ່ງສິນຄ້າທັງໝົດທີ່ສັ່ງຊື້ກ່ອນ 12:00 ໂມງສວາຍ(ຕາມເວລາຂອງລາວ) ໃຫ້ທ່ານພາຍໃນມື້ດຽວກັນ, ແຕ່ຖ້າຄຳສັ່ງຊື້ທີ່ເຂົ້າມາຫຼັງຈາກ12ໂມງໄປ ສິນຄ້າຈະຖືກຈັດສົ່ງໃນມື້ຖັດໄປ(ຕາມມື້ເຮັດວຽກທີ່ກຳນົດ)
ພວກເຮົາແພັກສິນທັນທີ່ເມື່ອໄດ້ຮັບຄໍາສັ່ງຊື້. ສິນຄ້າທີ່ກຽມໄວ້ແມ່ນຈະເລີ່ມຈັດສົ່ງໃນເວລາ 1 ໂມງສວາຍຈາກສາງຂອງພວກເຮົາໃນນະຄອນຫຼວງວຽງຈັນ ແລະ ຂົນສົ່ງດ້ວຍທີມງານສາຍສົ່ງຂອງເຮົາເອງ.
ພື້ນທີ່ການຈັດສົ່ງ
ພວກເຮົາຈັດສົ່ງສິນຄ້າທັງໝົດ ບໍ່ວ່າຈະເປັນ ເບຍ, ວາຍ, ໄຊເດີ ແລະະ ຜະລິດຕະພັນອື່ນໆ ທີ່ມີທາດເຫຼົ້າ ສະເພາະພາຍໃນນະຄອນຫຼວງວຽງຈັນເທົ່ານັ້ນ.
ການຈັດສົ່ງທີ່ບໍ່ຄົບຕາມທີ່ໄດ້ສັ່ງ
ໃນກໍລະນີຂອງການຈັດສົ່ງບໍ່ຄົບຖ້ວນຕາມສິນຄ້າທີ່ໄດ້ສັ່ງ, ພວກເຮົາຈະທຳການຈັດສົ່ງໃຫ້ຟຣີອີກຮອບຫນຶ່ງ. ກະລຸນາຕິດຕໍ່ຝ່າຍບໍລິການລູກຄ້າເພື່ອກຳນົດເວລາຂອງການຈັດສົ່ງຄືນເພີ່ມຕື່ມ. ແຕ່ສຳລັບສິນຄ້າທີ່ເຮົາຈັດສົ່ງບໍ່ສຳເລັດ 2 ຄັ້ງຍ້ອນຜູ້ສັ່ງຊື້ໃຫ້ຂໍ້ມູນບໍ່ຖືກຕ້ອງ, ພວກເຮົາຈະຄິດຄ່າບໍລິການເພີ່ມເປັນ 40.000 ກີບຕໍ່ຄັ້ງ.
ຈຸດຮັບສິນຄ້າ
ທ່ານສາມາດນັດໂມງທີ່ຈະມາຮັບສິນຄ້າທີ່ສັ່ງໄດ້. ທ່ານສາມາດຮັບສິນຄ້າໄດ້ຕາມໂມງເຮັດວຽກລັດຖະການ. ການສັ່ງຮັບເຄື່ອງຈະຕ້ອງຖືກລາຍງານວ່າກຳລັງລໍຖ້າຮັບສິນຄ້າໃນລະຫວ່າງຂັ້ນຕອນການສັ່ງຊື້.



























