ວາຍແດງ Wolf Blass Bilyara Shiraz ເນື້ອນຸ່ມ ທີ່ອັດແຫນ້ນດ້ວຍລົດຊາດຫມາກໄມ້ ທີ່ສົ່ງກິ່ນຫອມແບບແບັກເຄີເຣັນ, ເຊີຣີດຳ ແລະ ກິ່ນຫອມຂອງໄມ້ໂອ້ກຈາງໆ. ຖືເປັນວາຍທີ່ມີເນື້ອສຳຜັດແລະຄວາມຝາດລະດັບກາງ, ໃຫ້ລົດສຳຜັດຕອນຈົບທີ່ຍາວນານ ແລະ ດື່ມງ່າຍເຫມາະກັບງານສະຫລອງທຸກໂອກາດ.
ຄຸ່ກັບອາຫານ ເບີເກີແກະກັບບີທຣູທ ຫຼື ພາຍງົວ ຫຼື ພາຍໂຣສແມຣີ.
ວາຍ Wolf Blass, ເລີ່ມຕົ້ນທຸລະກິດຂຶ້ນໃນປີ 1966, ຈາກໂຮງບົ່ມວາຍທີ່ມຸງສັງກະສີຫຼັງນ້ອຍໆ ເຕີບໃຫຍ່ຈົນກາຍເປັນໂຮງບົ່ມວາຍທີ່ປະສົບຜົນສຳເລັດ ແລະ ໄດ້ຮັບລາງວັນຢ່າງຫຼວງຫຼາຍອີກແຫ່ງຫນຶ່ງໃນໂລກ.
ຊື່ Bilyara ຕັ້ງຂຶ້ນຕາມຊື່ດິນຕອນທຳອິດທີ່ Wolf Blass ໄດ້ຊື້, Bilyara ໃນພາສາ Australian aboriginal ໝາຍເຖິງພະຍາອິນຊີ. ປັດຈຸບັນ ຮູບພະຍາອິນຊີແມ່ນໃຊ້ສະແດງໂຕຕົນຫຼືເປັນກາສິນຄ້າຂອງວາຍ Wolf Blass ໃນທົ່ວໂລກ. Bilyara ສະທ້ອນໃຫ້ເຫັນເຖິງຄວາມຊຳນານແລະຄວາມໃສ່ໃຈໃນການເຮັດວາຍ ຖືເປັນກຸ່ມວາຍທີ່ເນັ້ນລົດຊາດໝາກໄມ້ ທີ່ສາມາດເພີດເພີນໄດ້ທຸກກາລະໂອກາດ ບໍ່ວ່າຈະເປັນດື່ມຄູ່ກັບອາຫານ ຫຼື ບໍ່ມີອາຫານ.
Wolf Blass Wine, Bilyara - Shiraz (ວູຟບາສ ບິລຢາຣາ ເຊີຣາຊ)
ປະເພດວາຍ : Red wine ວາຍແດງ
ປະເທດ : Australia
ເຂດ : South East of Australia
ປີ :
ສາຍພັນລາແຊັງ : Shiraz
Alcohol: 14%
ກິ່ນ : ແບັກເຄີເຣນ, ເຊີຣີດຳ, ໝາກໄມ້ເປືອກແດງ, ໂອ້ກ, ວະນິລາ.
ຄູ່ກັບອາຫານ : ພິຊຊາ, ເບີເກີ, ພາຍ.
ການບົ່ມ : 7ເດືອນໃນຖັງໄມ້ໂອ້ກອາເມຣິກາ.
ໄລຍະການເກັບວາຍ: ສາມາດດື່ມໄດ້ເລີຍ.