Château Carbonnieux ວິນເທຈປີ 2019 , ວາຍແດງຈາກ Pessac-Léognan, ມີກິ່ນຫອມລະມຸນດ້ວຍໝາກໄມ້ເປືອກດຳ, ແບຣັກເຄີແຣນ, ເຊີຣີ, ກິ່ນໄມ້ ແລະ ກິ່ນວານິລາ. ໂດຍມີລົດຊາດທີ່ເຕັມຄຳ, ມີກິ່ນໝາກໄມ້ ແລະ ສົມດູນດີ ພ້ອມລົດຊາດທີ່ຍາວນານ ແລະ ສົດຊື່ນ.
ຄູ່ກັບອາຫານ : ປິ້ງ, ອົບ, ລາກູ, ກົງຟີ, ຊີ້ນໃສ່ຊັອສ, ປາທູນາ, ເຫັດ, ຜັກ, ຊີສແຂງ, ຊັອກໂກແລັດ, ໝາກໄມ້.
ລາງວັນ :
94 pts - James Suckling
92 pts - Decanter
91 pts - Robert Parker
Château Carbonnieux ເປັນໜຶ່ງໃນບ່ອນທີ່ເຮັດວາຍເກົ່າແກ່ທີ່ສຸດ ແລະ ໃຫຍ່ທີ່ສຸດໃນເຂດ Bordeaux. ໂດຍມີປະຫວັດການເຮັດວາຍມາຢ່າງຍາວນານຫຼາຍກວ່າ 8 ສັດຕະວັດ ແລະ ມີສວນລາແຊັງທີ່ໃຫຍ່ຫຼາຍກວ່າຮ້ອຍເຮັກຕາ. ເປັນຂອງຄອບຄົວ Perrin Family ມາ 4 ລຸ້ນ, ສວນລາແຊັງໂດຍທັງຫມົດຕັ້ງຢູ່ອ້ອມຮອບປະສາດເທິງເນີນພູກ້ອນຫີນອັນງົດງາມ. ວາຍທັງຫມົດທີ່ເຮັດຂຶ້ນມາແມ່ນຢູ່ໃນເຂດທີ່ປົກປ້ອງການຜະລິດຂອງ Pessac-Léognan AOP. ເປັນຕົ້ນລາແຊັງທີ່ປູກແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ໂດຍມຸ່ງເນັ້ນໄປກັບການເຮັດວາຍແດງແລະວາຍຂາວແຕ່ພຽງຢ່າງດຽວ. ເຊິ່ງທັງສອງປະເພດໄດ້ຮັບການຈັດອັນດັບເປັນ Grands Crus Classés de Graves.
top of page
₭3.525.000Price
Tax Included |
Related Products
ໃຫ້ຄະແນນ ແລະ ສົ່ງຄຳຄິດເຫັນ
There are no reviews yet
ຂອບໃຈສໍາລັບຄຳຄິດເຫັນຂອງທ່ານ
ໂຫຼດເພີ່ມເຕີມ
bottom of page




















