ວາຍບໍດີ້ປານກາງ ແຕ່ຍັງຄົງຄວາມເຂັ້ມຂຸ້ນ ແລະ ຫຼູຫຼາຫຼາຍ ເປັນການປະສົມປະສານຂອງລາແຊັງຫຼາກຫຼາຍສາຍພັນຢ່າງລົງໂຕ ມີລົດຊາດໝາກໄມ້ທີ່ລະອຽດອ່ອນ (ຄ້າຍຄືທັບທິມ, ສະຕໍເບີຣີ) ຄວາມຮູ້ສຶກເຖິງເນື້ອສຳຜັດທີ່ປະສົມປະສານກັນນີ້ ຊວນນ້ຳລາຍໄຫຼເມື່ອດື່ມ, ມີແທນນິນທີ່ຊວນດື່ມ ແລະ ມີກິ່ນໄມ້ໂອ້ກອ່ອນໆ ຕາມເອກະລັກສະເພາະຂອງວາຍຈາກເຂດ Barossa.
ເຂົ້າກັນໄດ້ດີກັບ ຊີ້ນງົວຕຸ໋ນ, ຊີສ, ໄກ່, ເປັດ, ຊີ້ນປິ້ງ, ຂາແກະອົບ.
Bin 138 ໄດ້ຮັບແຮງບັນດານໃຈຂອງວາຍຈາກທາງຕອນໃຕ້ຂອງ Rhône, ບ່ອນທີ່ລາແຊັງ shiraz, grenache ແລະ mataro (mourvèdre) ຖືກນຳມາປະສົມປະສານໃນສັດສ່ວນທີ່ແຕກຕ່າງກັນເພື່ອສ້າງວາຍຟູບໍດີ້ທີ່ມີກິ່ນຫອມເຂັ້ມຂຸ້ນ ແລະ ຊວນດື່ມ. ໃນແຕ່ລະປີ ລາແຊັງສຳລັບເຮັດວາຍ Bin 138 ມາຈາກລາແຊັງຕົ້ນທີ່ເກົ່າແກ່ໃນ Barossa Valley (ບາງສ່ວນມີອາຍຸຫຼາຍກວ່າ 100 ປີ) ແລ້ວ ນຳໄປບົ່ມເປັນເວລາ 12 ຫາ 15 ເດືອນ ໃນຖັງໄມ້ໂອ້ກເກົ່າ ເພື່ອໃຫ້ລາແຊັງແຕ່ລະສາຍພັນສະແດງໂຕຕົນໄດ້ຢ່າງເຕັມທີ່. ວາຍເບລນຫຼາກຫຼາຍສາຍພັນລຸ້ນທຳອິດວາງຈຳໜ່າຍໃນປີ 1992 ໂດຍໃຊ້ຊື່ວ່າ ‘Old Vine Barossa Valley’ ແລະ ໄດ້ຮັບການຍົກລະດັບເປັນວາຍ Bin ໃນວິນເທຈປີ 1998.
Penfolds Wine, Bin 138 - Barossa Shiraz Grenache Mataro (ເພັນໂຟສ ບິນ138 ບາໂຣຊາ ເຊີຣາຊ ເກີນາຊ ມາທາໂຣ)
ປະເພດວາຍ: ວາຍແດງ
ປະເທດ: Australia
ເຂດ: Barossa Valley
ປີ: 2017 / 2018
ສາຍພັນລາແຊັງ: 70% Shiraz, 17% Grenache, 13% Mataro
Alcohol: 14,5%
ກິ່ນ: ໝາກພິລາ, ສະຕໍເບີຮີ, ແບັກເບີຣີ.
ຈັບຄູ່ກັບອາຫານ: ຊີ້ນງົວຕຸ໋ນ, ຊີສ, ໄກ່, ເປັດ, ຊີ້ນປິ້ງ, ຂາແກະອົບ.
ການບົ່ມ: ບົ່ມໃນຖັງໄມ້ໂອ້ກຝຣັ່ງ (80% ) ແລະ ຖັງໄມ້ໂອ້ກອາເມຣິກາ ແບບ hogsheads (20%)
ໄລຍະການເກັບວາຍ: ຊ່ວງເວລາດື່ມທີ່ດີທີ່ສຸດເລີ່ມຈາກປີ 2034


















