Gustave Lorentz Crémant d'Alsace ເປັນສະປັກກິງຈາກແຂວງ Alsace ຈາກປະເທດຝຣັ່ງ. ຜະລິດໂດຍໃຊ້ວິທີການແບບດັ້ງເດີມຂອງການເຮັດແຊັມເປນ. ວາຍນີ້ໄດ້ຈາກລາແຊັງຫຼາກຫຼາຍສາຍພັນ ໄດ້ແກ່ Chardonnay, Pinot Blanc ແລະ Pinot Noir.
ແຊມເປນແກ້ວນີ້ໃຫ້ກິ່ນຫອມແລະລົດຊາດອຽດອ່ອນຊວນດື່ມ ດ້ວຍກິ່ນແອັບເປິ້ນຂຽວທີ່ປາດແລ້ວ, ເລມອນ, ອັລມອນລວກ ແລະ ເປືອກພາຍ. ມີຄວາມສົ້ມສົດຊື່ນ, ຟອງລະອຽດ ແລະ ບໍດີປານກາງ ມີຄວາມດຣາຍກໍາລັງດີ ແລະ ມີກິ່ນຄ້າຍບິສກິດ.
ເຫມາະຢ່າງຍິ່ງສຳລັບການເສີບເປັນເຄື່ອງດື່ມກ່ອນອາຫານ ແລະ ຄັອກເທວ. ຄວນເສີບໃນອຸນຫະພູມລະຫວ່າງ 5 - 7 ອົງສາເຊວຊຽສ ແລະ ມີຄວາມສົ້ມທີ່ສົດຊື່ນເລີຍເຮັດໃຫ້ເຂົ້າກັນໄດ້ດີກັບອາຫານທະເລ.
Gustave Lorentz Wine, Sparkling - Cremant d'Alsace (ກູຊຕາຟ ໂລແຣງສ ເຄຣມັອງ ດາຊາສ ບຣູທ)
ປະເພດວາຍ : Sparkling wine
ປະເທດ : France
ເຂດ : Alsace
ປີ :NV
ສາຍພັນລາແຊັງ : 55% Pinot Blanc, 20% Pinot Noir, 16% Chardonnay, 9% Pinot Gris
Alcohol: 12.5%
ກິ່ນ : ຫອມກິ່ນໝາກໄມ້ສົ້ມ, ກິ່ນຄິມ, ກິ່ນຖົ່ວ ແລະ ກິ່ນຫອມສົດຊື່ນ.
ກິນຄູ່ກັບອາຫານ: ອາຫານວ່າງ, ຊີສນຸ້ມໆ, ຕິມຊຳ ຫຼື ຫອຍ.
ການບົ່ມ: 18 ເດືອນ ດ້ວຍວິທີ lees
ຊ່ວງເວລາທີ່ເຫມາະຕໍ່ການດື່ມ: ດື່ມໄດ້ເລີຍ ຫຼື ຈະເກັບສະສົມໄວ້ຕໍ່ອີກ 3-4 ປີ.