top of page

ການຂົນສົ່ງ & ສົ່ງຄືນ

ນະໂຍບາຍການຈັດສົ່ງ

ການສັ່ງຊື້ສິນຄ້າ

ພວກເຮົາຈັດສົ່ງທຸກລາຍການສັ່ງຊື້ທີ່ມີເຂົ້າມາກ່ອນເວລາ 12:00 ໂມງສວາຍພາຍໃນມື້ (ຕາມເວລາຂອງປະເທດລາວ).
ຄໍາສັ່ງຊື້ທີ່ໄດ້ຮັບຫຼັງຈາກ 12:00 ໂມງສວາຍຈະຖືກຈັດສົ່ງໃນມື້ຕໍ່ໄປ (ສະເພາະວັນລັດຖະການ). ພວກເຮົາຈະທຳການແພັກສິນຄ້າເພື່ອຈັດສົ່ງທັນທີເມື່ອໄດ້ຮັບຄໍາສັ່ງຊື້ ແລ້ວເລີ່ມຈັດສົ່ງອໍເດີ້ເວລາ 13:00 ໂມງສວາຍ ສົ່ງກົງຈາກສາງດ້ວຍທີມງານຈັດສົ່ງຂອງພວກເຮົາ ໃນນະຄອນຫຼວງວຽງຈັນ.

 

ພື້ນທີ່ການຈັດສົ່ງສິນຄ້າ

ພວກເຮົາຈັດສົ່ງສິນຄ້າທັງໝົດບໍ່ວ່າຈະເປັນ ວາຍ ແລະ ຜະລິດຕະພັນອື່ນໆຂອງບໍລິສັດເບຍລາວ ສະເພາະເຂດຕົວເມືອງໃນນະຄອນຫຼວງວຽງຈັນເທົ່ານັ້ນ.

 

ການຈັດສົ່ງສິນຄ້າທີ່ບໍ່ສຳເລັດ

ໃນ​ກໍ​ລະ​ນີ​ຂອງ​ການ​ຈັດ​ສົ່ງສິນຄ້າ​ບໍ່ຖືກຕ້ອງ​ ພວກ​ເຮົາຈະຈັດສົ່ງສິນຄ້າຄືນໃຫມ່ໃຫ້ເປັນການທົດແທນ​ໂດຍບໍ່ໄດ້ໄລ່ຄ່າຂົນສົ່ງ. ກະລຸນາຕິດຕໍ່ຝ່າຍບໍລິການລູກຄ້າເພື່ອນັດໝາຍເວລາໃນການຈັດສົ່ງສິນຄ້າຄືນອີກຮອບ. ສຳລັບການຈັດສົ່ງສິນຄ້າທີ່ໄດ້ນັດໝາຍເວລາແລ້ວ ແຕ່ເມື່ອໄປສົ່ງແລ້ວບໍ່ມີຄົນຮັບເຖິງ 2ຄັ້ງ, ພວກເຮົາຈະຄິດຄ່າບໍລິການຈັດສົ່ງ 40,000 ກີບຕໍ່ຄັ້ງ.

 

ຈຸດຮັບສິນຄ້າ

ທ່ານສາມາດນັດຮັບສິນຄ້າຕາມສະຖານທີ່ແລະເວລາທີ່ທ່ານຕ້ອງການ ໂດຍອີງຕາມໂມງລັດຖະການແລະເຂດບໍລິການຂອງພວກເຮົາ. ເຊິ່ງທ່ານສາມາດເພີ່ມຂໍ້ຄວາມເພື່ອນັດວັນເວລາໄດ້ໃນຂັ້ນຕອນການສັ່ງຊື້.

ນະໂຍບາຍສົ່ງຄືນ ແລະ ປ່ຽນແທນສິນຄ້າ

ທ່ານສາມາດແຈ້ງຍົກເລີກ ຫລື ແກ້ໄຂຄຳສັ່ງຊື້ຂອງທ່ານໄດ້ກ່ອນເວລາ12ໂມງສວາຍ ຂອງມື້ທີ່ທ່ານໄດ້ທຳການສັ່ງຊື້, ຖ້າປະດົນເກີນກວ່ານັ້ນແມ່ນທ່ານຈະບໍ່ສາມາດຍົກເລີກຫລືແກ້ໄຂຄຳສັ່ງຊື້ນັ້ນໄດ້.

ທ່ານຈະຕ້ອງກວດຄືນສິນຄ້າທີ່ທ່ານໄດ້ຮັບ ວ່າກົງຕາມຄຳສັ່ງຊື້ທີ່ທ່ານໄດ້ສົ່ງເຂົ້າມາຫຼືບໍ່? ທ່ານສາມາດປະຕິເສດອໍເດີຫລືສົ່ງຄືນສິນຄ້າໄດ້ສະເພາະກໍລະນີທີ່ພົບວ່າສິນຄ້າໄດ້ຮັບຄວາມເສຍຫາຍລະຫວ່າງຈັດສົ່ງເທົ່ານັ້ນ.

Newsletter

ທ່ານສາມາດລົງທະບຽນເປັນສະມາຊິກ ເພື່ອຕິດຕາມຂ່າວສານ ຂໍ້ມູນອັບເດດກ່ຽວກັບໂປຣໂມຊັນ, ສິນຄ້າໃຫມ່ ແລະ ກິດຈະກຳຕ່າງໆຈາກທາງເວັບໄຊຂອງພວກເຮົາ.

ຂອບໃຈທີ່ສົ່ງຂໍ້ມູນ!

ໜ້າຮ້ານຂອງເຮົາ

ຕິດຕໍ່ພວກເຮົາ

ວາຍຂອງພວກເຮົາ

ກິດຈະກຳ

ການຂົນສົ່ງ & ສົ່ງຄືນສິນຄ້າ 

ຄຳຖາມທີ່ຖືກຖາມເລື້ອຍໆ

ບໍລິສັດ ເບຍລາວ ຈຳກັດ

ຖະໜົນ ທ່າເດື່ອ, ຫລັກ 12,

ນະຄອນຫລວງວຽງຈັນ, ສປປລາວ

info@LBCfinewines.com

ໂທ: +856-21-812001

ສາຍດ່ວນໂທ: 1898

  • Facebook
  • Instagram

© 2022 by LBC Fine Wines. Proudly created by Lao Brewery Co., Ltd

bottom of page