ໂຊວິຍົງ ບລອງ ຈາກ ມາກາເຣັດ ຣີເວີ ແມ່ນມີລົດຊາດຊັບຊ້ອນຊວນດື່ມ, ໝັກດ້ວຍຢີສທຳມະຊາດໃນຖັງໄມ້ໂອ້ກຝຣັ່ງຂະຫນາດໃຫຍ່ ໂດຍມີສ່ວນຫນຶ່ງໝັກທັງເປືອກ ເຮັດໃຫ້ໄດ້ວາຍທີ່ມີກິ່ນຫອມ, ເນື້ອສຳຜັດດີ ມີມິຕິ, ເຕັມໄປດ້ວຍລົດຊາດ ແລະ ມີຄວາມດຣາຍຢູ່ປາຍລິ້ນຫລັງດື່ມ ແລະ ມີລົດຊາດຄ້າງໃນປາກທີ່ຍາວນານ.
ເໝາະຕໍ່ການດື່ມເພີດເພີນໄດ້ເລີຍ ຫຼື ຈະເກັບສະສົມໄວ້ໄດ້ເຖິງປີ 2027.
ຄູ່ອາຫານ : ເຫມາະກັບການດື່ມກ່ອນອາຫານ ຫຼື ກິນຄູ່ກັບອາຫານທະເລ ແລະ ຊີ້ນໄກ່.
ວາຍນີ້ເປີດໂຕມາແຕ່ປີ 2021 ເປັນການສະເຫຼີມສະຫຼອງຄົບຮອບ 50 ປີ ຂອງ Margaret River Cabernet ທີ່ຜະລິດຢູ່ Vasse Felix ທຸກປີ ຕັ້ງແຕ່ ປີ 1972, ໂດຍ ຄາເບີເນໂຊວິຍົງ ຖືເປັນສາຍພັນລາແຊັງເດັ່ນດັ້ງເດີມຂອງເຂດມາກາເຣັດ ຣີເວີ, ເຊິ່ງແຕ່ລະວິນເທຈ ຈະສະແດງໃຫ້ເຫັນເຖິງການສະແຫວງຫາຄວາມເປັນເລີດ, ຄວາມບໍລິສຸດ ແລະ ສີລະປະແຫ່ງການເຮັດວາຍຢ່າງສັດຊື່ ເພາະລາແຊັງທີ່ປູກໃນເຂດນີ້ຈະເລີນເຕີບໂຕໄດ້ດີ ແລະ ມີຄຸນະພາບດີເລີດ. ວາຍທີ່ຜະລິດຈາກພູມີພາກນີ້ມີລົດຊາດທີ່ນຸ້ມນວນ, ໂດດເດັ່ນດ້ວຍລົດຊາດຂອງໝາກໄມ້ສົດ.
ຄາເບີເນ ໂຊວິຍົງ ຈາກ Vasse Felix ເປັນໂຕແທນທີ່ໂດດເດັ່ນ ມີຄວາມສະຫງ່າງາມ, ຖືເປັນວາຍລະດັບພີມຽມ ທີ່ນັກຊິມວາຍທົ່ວໂລກບໍ່ຄວນພາດ.
top of page
₭911.000Price
Tax Included |
Related Products
ໃຫ້ຄະແນນ ແລະ ສົ່ງຄຳຄິດເຫັນ
98% ແນະນໍາໃຫ້ຊື້ນຳ
ຂອບໃຈສໍາລັບຄຳຄິດເຫັນຂອງທ່ານ
ໂຫຼດເພີ່ມເຕີມ
bottom of page

























