ໂດດເດັ່ນດ້ວຍກິ່ນຫອມຂອງສະຕໍເບີຣີ ພ້ອມກິ່ນອາຍຂອງແອັປເປິ້ລເຫລືອງ ແລະ ກິ່ນຫອມສົດຊື່ນຂອງໝາກໄມ້ທີ່ເຊື່ອງຊ້ອນ. ມີກິ່ນອາຍຂອງແຮ່ທາດແຝງຢູ່ ເຮັດໃຫ້ໄດ້ຄວາມຮູ້ສຶກທີ່ສະອາດປາກ ແລະ ສົດຊື່ນ ມີລົດຊາດຣາຊເບີຣີສຸກທີ່ຍາວນານໃນລົດຊາດປິດທ້າຍທີ່ສົມດູນ ແລະ ຊັບຊ້ອນ. ເຫມາະກັບການດື່ມເພີດເພີນໄດ້ທຸກໂອກາດ.
ກິນຄູ່ກັບອາຫານ : ວາຍນີ້ເຫມາະສຳລັບການດື່ມໃນມື້ພັກຜ່ອນຊິວໆໃນມື້ອາກາດຮ້ອນ ພ້ອມດື່ມໄດ້ເລີຍ ແລະ ເຂົ້າກັນໄດ້ດີເມື່ອກິນກັບສະລັດ, ອາຫານທະເລ, ອະໂວຄາໂດ,ແຊລມອນລົມຄວັນ ຫລື ຄານາເປ້.
ວາຍ Spier ກຸ່ມ Signature ເປັນອີກກຸ່ມວາຍແກ້ວທີ່ສຳຄັນຂອງ Spier ໂດຍມີປະຫວັດການຜະລິດວາຍຍາວນານຫຼາຍກວ່າ 300 ປີ ແລະ ມີວິໄສທັດມຸ່ງໝັ້ນໃນການດູແລຮັກສາສະພາບແວດລ້ອມທີ່ເປັນມິດຕໍ່ໂລກ ແລະ ຜູ້ຄົນ.
ວາຍແຕ່ລະກຸ່ມມີຄຸນນະພາບດີ ແລະ ໄດ້ຮັບການຜະລິດດ້ວຍຄວາມໃສ່ໃຈຢ່າງຍິ່ງຈາກທີມຜູ້ຜະລິດວາຍທີ່ມີປະສົບການ. ວາຍພວກເຮົາປຽບສະເຫມືອນຫມູ່ທີ່ດີທີ່ສຸດ, ບໍ່ອວດອ້າງ, ເປັນກັນເອງ ແລະ ເປັນໝູ່ຊວນດື່ມທີ່ດີພາມ່ວນໄດ້ໃນທຸກຄ່ຳຄືນ.
ໂຄງການ Growing for Good ຂອງ Spier ສະໜັບສະໜູນຊຸມຊົນຂອງເຮົາໃຫ້ສ້າງການປ່ຽນແປງທາງສັງຄົມ ແລະ ສິ່ງແວດລ້ອມເຊີງບວກ.
top of page
₭394.000Price
Tax Included |
Related Products
ໃຫ້ຄະແນນ ແລະ ສົ່ງຄຳຄິດເຫັນ
There are no reviews yet
ຂອບໃຈສໍາລັບຄຳຄິດເຫັນຂອງທ່ານ
ໂຫຼດເພີ່ມເຕີມ
bottom of page



























